ແກ້ບັນຫາ Font ພາສາລາວແຕກຢູ່ເທິງ Mac OS

Joe Sithixay Douangchak
2 min readSep 19, 2018

ສໍາລັບຜູ້ໃຊ້ Mac OS High Sierra ຫລືເວີຊັນອື່ນ, ທີ່ປະສົບບັນຫາ ພາສາລາວແຕກ ຫລັງຈາກທີ່ຕິດຕັ້ງໂປຣແກມພາສາລາວຈາກ Lao Script ແລ້ວນໍາໃຊ້ Fonts ປະເພດ Phetsarath OT ຫລື Saysetta OT.

ແຕ່ໃນຂະນະທີ່ພິມເທິງໂປຣແກມເຊັ່ນ: Microsoft Word, Chrome,…ໂຕໜັງສືຈະແຕກ ຫລືບາງໂຕຫາຍໄປ ຄືດັ່ງຮູບທາງລຸ່ມ.

ໃນບົດນີ້, ຈະນໍາສະເໜີ ເຖິງສາເຫດ ແລະ ວິທີແກ້ໄຂຕໍ່ກັບບັນຫາດັ່ງກ່າວ.

ສາເຫດຂອງບັນຫາ

ບັນຫາທີ່ເກີດຂື້ນຕາມຮູບ ແມ່ນບັນຫາຈາກການພິມ (input problem), Lao Script ສໍາລັບ Mac ໃນເວີຊັນປະຈຸບັນແມ່ນນໍາໃຊ້ແອັບແປ້ນພິມ (keyboard mapping app) ທີ່ເອີ້ນວ່າ “Keyman for macOS” ເຊີ່ງພັດທະນາໂດຍຜູ້ພັດທະນາ third-party ທີ່ໃຊ້ backspacing ໃນການຈັດລຽງ ແລະ ສະແດງໂຕໜັງສື.

ວິທີນີ້ແມ່ນນໍາໃຊ້ໄດ້ຢ່າງຖືກຕ້ອງ ແລະ ບໍ່ມີບັນຫາກັບໂຕໜັງສືພາສາລາວ ກັບແອັບພື້ນຖານຂອງ MAC ເຊັ່ນ: TextEdit, Pages,…ແຕ່ບໍ່ແມ່ນກັບທຸກໆແອັບທີ່ພັດທະນາໂດຍຜູ້ພັດທະນາອື່ນເຊັ່ນ: Microsoft, Chrome,…ເຊີ່ງຄາດວ່າເວີຊັນຂອງ Keyman ໃນ Lao Script ອາດຈະບໍ່ສະໜັບສະໜູນກັບແອັບໃໝ່ໆ.

ວິທີແກ້ບັນຫາ

ດາວໂຫລດ ແລະ ຕິດຕັ້ງ Keyman ເວີຊັນຫລ້າສຸດລົງໃນ MAC.

ກົດປຸ່ມ Download ສີຂຽວ.

ກົດປຸ່ມ Download Now ເພື່ອດາວໂຫລດຟາຍ

ເປີດຟາຍທີ່ໄດ້ດາວໂຫລດແລ້ວຕິດຕັ້ງລົງໃນ Input Methods

ເພີ່ມ Keyman ໃນ Keyboard Input Source

(System Preferences > Keyboard > Input Sources)

ເລືອກ Keyman ແລ້ວກົດ Configuration

ດາວໂຫລດ Font Lao 2008 Basic

ຫລັງຈາກຕິດຕັ້ງແລ້ວໃຫ້ Restart ເຄື່ອງ

ພຽງເທົ່ານີ້ກໍສາມາດພິມພາສາລາວ ໂດຍທີ່ໂຕໜັງສືບໍ່ແຕກແລ້ວ.

ຂອບໃຈ Mr. John Durdin ຜູ້ພັດທະນາ Lao Script ສໍາລັບການສະໜັບສະໜູນໃນການແກ້ບັນຫາໃນຄັ້ງນີ້.

Sign up to discover human stories that deepen your understanding of the world.

Free

Distraction-free reading. No ads.

Organize your knowledge with lists and highlights.

Tell your story. Find your audience.

Membership

Read member-only stories

Support writers you read most

Earn money for your writing

Listen to audio narrations

Read offline with the Medium app

Joe Sithixay Douangchak
Joe Sithixay Douangchak

Written by Joe Sithixay Douangchak

Chief Technology Officer @ New Concept Consulting Sole Co., Ltd. WE THINK BIG.

No responses yet

Write a response